ບ້ານລາວ ໃນປະເທດໄທ: ຕອນທີ 82

ໃນຣາຍການ ບ້ານລາວໃນ ໄທແຕ່ອາດີດ ຫາປັດຈຸບັນ ສັປດານີ້ ວຽງໄຊ ຈະກ່າວເຖິງ ປວັດສາຕ ຂອງຄົນລາວພວນ ຊຶ່ງເປັນຊາຕພັນ ນຶ່ງທີ່ມີຮັຖ ແລະມີປະເທດ ກ່ອນຈະຕົກເປັນ ເມືອງຂຶ້ນຂອງລາວ.
ວຽງໃຊ
2007-11-20
ອີແມວລ໌
ຄໍາເຫັນ
Share
ພິມ

ສະບາຍດີ ທ່ານຜູ້ຟັງ ທີ່ເຄົາຣົບ ແລະຮັກແພງ ເມື່ອສັປດາ ທີ່ຜ່ານມາ ເຮົາໄດ້ສເນີ ວ່າການອົພຍົບ ຂອງຄົນລາວພວນ ທີ່ເຂົ້າສູ່ແຜ່ນ ດິນສຍາມນັ້ນ ມີມາຕັ້ງ ແຕ່ກ່ອນຍຸກ ປະຫວັດສາດ ຈົນມາເຖິງ ສະໄໝກຣຸງ ຣັຕນະໂກສິນ ຫລືບາງກອກ ຊຶ່ງການອົພຍົບ ດັ່ງກ່າວມີ 3 ສາຍເຫດ ຄື 1. ເນື່ອງຈາກເສິກ ສົງຄາມທີ່ ເກີດຂຶ້ນຢ່າງ ຕໍ່ເນື່ອງຣະຫວ່າງ ຣັຖທີ່ມີ ອຳນາດຄື ລາວ, ສຍາມແລະ ວຽດນາມ 2. ເນື່ອງຈາກ ເມືອງພວນ ຖືກພວກຫໍ້ ບຸກຣຸກແລະ ປຸ້ນຈີ້ຢູ່ເລື້ອຍໆ 3. ເນື່ອງຈາກເກີດ ໄພອຶດຢາກ.

ໃນສັປດານີ້ ເຮົາຈະໄດ້ ສເນີປະຫວັດສາດ ຂອງຄົນລາວພວນ ຊຶ່ງຈະເຮັດ ໃຫ້ເຫັນວ່າ ລາວພວນເປັນ ຊາດພັນນຶ່ງ ທີ່ມີຣັຖ ແລະມີປະເທດ ເໝືອນກັນກັບ ຊາດພັນອື່ນໆ ກ່ອນທີ່ຈະ ຕົກເປັນຫົວ ເມືອງຂຶ້ນຂອງລາວ. (ສຽງລຳ : ລາວພວນ)

ຄົນເຊື້ອຊາດ ໄຕ-ໄທ-ລາວ ບໍ່ອາດສາມາດ ຈະແຍກອອກ ຈາກກັນໄດ້ ເພາະວ່າຄົນ ເຫຼົ່ານີ້ມີ ກົກເຫງົ້າອັນ ດຽວກັນຄື ຕ່າງກໍມີ ເຊື້ອສາຍມາແຕ່ “ຂຸນບໍລົມ” ດ້ວຍກັນທັງສິ້ນ ໂດຍເລີ້ມຈາກ ຂຸນບໍລົມ ຊຶ່ງມີໂອຣົດ 7 ອົງ ໄດ້ແກ່ ຂຸນລໍ, ຍີຜາລານ, ສາມຈູສົງ, ໄສຜົງ, ງົວອິນ, ລົກກົມ ແລະເຈັດເຈືອງ ຫຼື ເຈດເຈີງ  ແລະຂຸນບໍລົມ ກໍສົ່ງລູກ ຊາຍທັງເຈັດ ໄປສ້າງແປງ ເມືອງຕ່າງໆ.

ສຳລັບຄົນ ລາວພວນ ປະຫວັດສາດ ຂອງພວກເຂົາເຈົ້າ ມີຈຸດຮ່ວມກັນ ກັບຄົນ ໄຕ-ໄທ-ລາວ ຄືບັນພະ ບຸຣຸດຂອງ ຄົນລາວພວນ ແມ່ນລູກຊາຍຫລ້າ ຫຼືລູກຄົນທີ່ 7 ຂອງຂຸນ ບໍລົມ ຊຶ່ງໄດ້ຖືກ ສົ່ງໄປສ້າງ ເມືອງພວນ.

ເມືອງພວນທີ່ ເປັນຖິ່ນກຳເນີດ ຂອງຄົນລາວພວນ ນັ້ນມີຊື່ຮ້ອງ ຫລາຍຊື່ເປັນ ຫົວເມືອງພວນທັງຫົກ ຊຶ່ງໝາຍເຖິງ ເມືອງຄຳເກີດ, ເມືອງຄຳມ່ວນ, ເມືອງວຽງໄຊ, ເມືອງຜົ້ງສາລີ, ເມືອງຊີເໜືອ, ຫລືດຽນບຽນຟູ ຫຼືເມືອງແຖງ ແລະເມືອງຊຽງຂວາງ; ແຕ່ເອກກະສານ ພົງສາວະດານ ສຍາມເຫລັ້ມ 1 ໜ້າ 275 ຂອງພຣະພິທັກ ເທບທານີ ພັດບົ່ງວ່າເມືອງ ພວນມີຊື່ວ່າ “ຫົວພັນ ທັງຫ້າທັງຫົກ” ໄດ້ແກ່ເມືອງເຢີມ, ຊຽງຄົງ, ຊຳເໜີອ, ໃສ, ຊຳໃຕ້ ແລະຊ່ວນ ແຕ່ກໍມີ ເອກກະສານ ອື່ນໆອີກທີ່ ບົ່ງຊື່ເມືອງ ຕ່າງອອກໄປອີກ ແຕ່ຢ່າງໃດ ກໍດີ ບໍຣິເວນ ທີ່ຖືກອ້າງວ່າ ເປັນເມືອງພວນ ນັ້ນແມ່ນອ່າວ ຊຽງຂວາງ, ຊຳເໜືອແລະ ດຽນບຽນຟູ ຢູ່ໃນ ປະຈຸບັນ ນັ້ນເອງ. (ສຽງລຳ : ລາວພວນ)

ພົງສາວະດານ ເມືອງພວນ ຫລືພາສາພວນ ຮ້ອງວ່າ “ກົງດິນເມືອງພວນ” ສະບັບຂອງ ເຈົ້າຄຳໝັ້ນ ວົງກົດ ຣັດຕະນະ ກ່າວວ່າ ເຈົ້າເຈັດເຈືອງ ຂຶ້ນໄປສ້າງ ແປງເມືອງພວນ ທີ່ຊຽງຂວາງ ເມື່ອປີ ຄ.ສ. 698 ຫລື ພ.ສ. 1241 ແລະໄດ້ບົ່ງ ຊື່ຂອງເຈົ້າ ທີ່ຄອງເມືອງພວນ ໄວ້ດັ່ງນີ້ 1) ເຈັດເຈືອງ 2) ເຈັດຈອນ 3) ເຈັດຈອດ 4) ເຈັດຈິວ 5) ເຈັດຈັນ 6) ເຈັດຍອດຍໍຄຳ 7) ເຈົ້າພຣະຍາ ຍີ່ຫີນ 8) ເຈົ້າພຣະຄໍ 9) ເຈົ້າຄຳລຸນ 10) ເຈົ້າຄຳເພັງ 11) ເຈົ້າຄຳຂອດ 12) ເຈົ້າຄຳຮວງ 13) ເຈົ້າຄຳແຈກ 14) ເຈົ້າຄຳຝັ້ນ 15) ເຈົ້າຄຳ ພິນ 16) ເຈົ້າຄຳທົນ 17) ເຈົ້າຄຳຕິດສາກ 18) ເຈົ້າຄຳດວນ 19) ເຈົ້າຄຳລ້ວນ 20) ເຈົ້າຄຳໝ້າ 21) ເຈົ້າຄຳທ້າວ 22) ເຈົ້າຄຳເຄົ້າ 23) ເຈົ້າຄຳຜົງ.

ເນື່ອງຈາກເມືອງພວນ ເປັນເມືອງທີ່ ຢູ່ຣະຫວ່າງ ກາງຂອງຣັຖ ທີ່ມີອຳນາດ ບໍ່ວ່າຈະເປັນ ລາວຫຼືວຽດນາມ ແລະບາງທີ ສຍາມກໍຍົກ ທັບຂຶ້ນໄປຕີ ຈົນກາຍເປັນ ຫົວເມືອງຂຶ້ນ ຂອງສຍາມ ເມືອງພວນ ກໍຈຶ່ງເປັນ ເມືອງທີ່ບໍ່ ເຄີຍມີຄວາມ ສງົບສຸກ ຜູ້ໃດເປັນ ເຈົ້າເມືອງ ກໍຈຶ່ງຕ້ອງ ໄດ້ດຳເນີນ ນະໂຍບາຍ ເພື່ອຈະຮັກສາ ຄວາມສຳພັນກັບ ຊາດຕ່າງໆໄວ້ໃຫ້ ດີບໍ່ດັ່ງນັ້ນ ກໍຈະຕົກເປັນ ຫົວເມືອງຂຶ້ນ; ເມືອງພວນຫລີກ ເວັ້ນບໍ່ໄດ້ ທີ່ຈະຕ້ອງ ອ່ອນຍອມຕໍ່ ຣັຖເຫລົ່ານັ້ນ ເພື່ອບໍ່ໃຫ້ ສູນເສັຽຊາດ ເມືອງພວນຕ້ອງ ສົ່ງສ່ວຍໃຫ້ທັງ ລາວແລະ ວຽດນາມ.  

ການເຂົ້າໄປ ມີອຳນາດ ເໜືອເມືອງພວນ ຂອງລາວເກີດຂຶ້ນ ໃນສະໄໝ ເຈົ້າຟ້າງຸ້ມ ເມື່ອເຈົ້າຟ້າງຸ້ມ ຍົກກອງທັບ ມາແຕ່ຂເມນ ເພື່ອຈະຂຶ້ນໄປ ຕີຫລວງພຣະບາງ ໃນຂະນະນັ້ນ ເມືອງພວນໄດ້ ຕົກເປັນຫົວ ເມືອງຂຶ້ນຂອງ ວຽດນາມ ແລະຜູ້ຄອງ ເມືອງຊື່ ເຈົ້າຄຳຜົງ; ຊຶ່ງໄດ້ແຕ່ງ ດອງກັບລູກສາວ ເຈົ້າເມືອງວຽດນາມ ແລະເຈົ້າຄຳຜົງ ມີລູກຊາຍ ຜູ້ນຶ່ງຊື່ ເຈົ້າຄຳຍໍຍົກ.

ພົງສາວະດານພວນ ກ່າວໄວ້ອີກວ່າ ເຈົ້າຄຳຍໍຍົກ ໄດ້ເປັນຊູ້ ກັບສະໜົມ ຫລືເມັຽອີກ ຜູ້ນຶ່ງຂອງພໍ່ ເຈົ້າຄຳຜົງ ຈຶ່ງໄດ້ໄລ່ ອອກຈາກເມືອງ ເຈົ້າຄຳຍໍຍົກ ໄດ້ໜີໄປຢູ່ ເມືອງຄຳມ່ວນ ແລະເຊໂປນ ເມື່ອທັບຂອງເຈົ້າ ຟ້າງຸ້ມຍົກມາ ແຕ່ຂເມນ ເຈົ້າຄຳຍໍຍົກ ຈຶ່ງໄດ້ເຂົ້າຮ່ວມ ກັບກອງທັບ ເຈົ້າຟ້າງຸ້ມ ແລ້ວກໍພາທັບ ຂອງເຈົ້າຟ້າງຸ້ມ ເຂົ້າຕີເມືອງພວນ ເຈົ້າຄຳຜົງ ສູ້ບໍ່ ໄດ້ຈຶ່ງໄດ້ຍົກ ເມືອງໃຫ້ລູກຊາຍ ຊຶ່ງພົງສາວະດານ ຫລວງພຣະບາງ ບົ່ງວ່າ ເຈົ້າຄຳຍໍຍົກ ໄດ້ຂ້າພໍ່ແລ້ວ ຈຶ່ງໄດ້ຄອງເມືອງ.

ເມື່ອຂຶ້ນຄອງ ເມືອງແລ້ວ ເຈົ້າຄຳຍໍຍົກ ກໍໄດ້ຊື່ໃໝ່ວ່າ ເຈົ້າແຂ້ວຄຳຍໍ ແລະເຈົ້າຟ້າງຸ້ມ ໄດ້ຂໍໃຫ້ກອງ ທັບເມືອງພວນ ໄປຕີເມືອງ ຊຽງດົງ ຊຽງທອງ ຫລື ຫລວງພຣະບາງ ແລະ ຜາບແພ້ເມືອງ ຊຽງດົງຊຽງທອງ ເມື່ອປີ ຄ.ສ. 1353 (ພ.ສ.1896) ແລະຫລັງຈາກນັ້ນ ເຈົ້າຟ້າງຸ້ມ ກໍຢຶດເອົາ ເມືອງພວນເປັນ ຫົວເມືອງຂຶ້ນ. (ສຽງລຳ : ລາວພວນ)

ເນື່ອງຈາກເມືອງ ພວນເປັນເມືອງ ທີ່ບໍ່ເຄີຍ ສງົບສຸກ ເພາະມີຣັຖ ເຈົ້າອຳນາດ ຄອຍຮຸກຮານ ຢູ່ເລື້ອຍໆດັ່ງນັ້ນ ຈຶ່ງເຮັດໃຫ້ ປະຫວັດສາດ ຂອງຊົນຊາດພວນ ມີຄວາມສັບສົນ ໄປດ້ວຍ ເອກກະສານ ອັນດຽວກັນນີ້ ໄດ້ບັນທຶກ ເຫດການຊ້ອນກັນ 2 ເຫດການ ຄືໃນປີ 1351 (ພ.ສ. 1894) ພົງສາວະດານ ເມືອງພວນບົ່ງວ່າ ເຈົ້າເມືອງພວນ ໃນຂະນະ ນັ້ນຄື ເຈົ້າພຣະຍາ ຍີ່ຫີນ ມີລູກຊາຍຊື່ ທ້າວຖຽມຄຳຍໍ ຜູ້ຊຶ່ງເປັນຊູ້ ກັບແມ່ນ້າ ພຣະຍາຍີ່ຫີນ ຮູ້ເລື້ອງຈະຈັບ ທ້າວຖຽມຄຳ ຍໍໄປຂ້າ ທ້າວຖຽມຄຳຍໍ ຈຶ່ງຜ່າຍໜີໄປ ຢູ່ກັບພຣະຍາ ເພົາ ເຈົ້າເມືອງໄຜ່ໜາມ.

ເມື່ອເຈົ້າຟ້າງຸ້ມ ຍົກທັບຂຶ້ນໄປ ເມືອງໄຜ່ໜາມ ທ້າວຖຽມຄຳຍໍ ຈຶ່ງເຂົ້າໄປ ຂໍກຳລັງ ເຈົ້າຟ້າງຸ້ມ ໄປຕີເມືອງພວນ ພຣະຍາຍີ່ຫີນ ສູ້ເຈົ້າຟ້າງຸ້ມ ບໍ່ໄດ້ ຈຶ່ງໜີໄປ ແຕ່ໃນທີ່ສຸດ ພຣະຍາ ຍີ່ຫີນ ກໍຖືກຈັບໄດ້ ແລະຖືກຂ້າຕາຍ; ແລ້ວເຈົ້າຟ້າງຸ້ມ ກໍແຕ່ງຕັ້ງ ທ້າວຖຽມຄຳຍໍ ຂຶ້ນເປັນ “ພຣະຍາຄຳຍໍ” ແລະຄອງ ຣາຊສົມບັດ ໃນປີ ຄ.ສ. 1352 (ພ.ສ. 1895).  (ສຽງລຳ : ລາວພວນ)

ຄວາມເປັນຢູ່ ຂອງເມືອງພວນ ຂຶ້ນຢູ່ກັບຊາດ ທີ່ມີອຳນາດ ທັງລາວແລະ ວຽດນາມ ຫາກສອງຊາດນີ້ ອ່ອນແອລົງ ເມື່ອໃດ ເມືອງພວນກໍຈຶ່ງ ພໍເງີຍຫົວຂື້ນ ໄດ້ແດ່ດັ່ງໃນປີ ຄ.ສ. 1368 (ພ.ສ. 1911) ເມື່ອພຣະນາງ ແກ້ວກັນຍາ ສີ້ນພຣະຊົນ ເຈົ້າຟ້າງຸ້ມ ບໍ່ເອົາໃຈໃສ່ ນຳວຽກການ ແຕ່ໄດ້ມອບ ອຳນາດໃຫ້ກັບ ຂ້າຣາຊການ ທີ່ບໍ່ມີສີນ ມີສັດເຮັດໃຫ້ ພວກຂ້າຣາຊການ ທີ່ດີໆນ້ອຍ ອົກນ້ອຍໃຈ ແລະມີການ ໃສ່ໂທດຜູ້ ບໍຣິສຸດ ພໍເຖິງປີ ຄ.ສ. 1372 (ພ.ສ. 1915) ອຳມາດພ້ອມ ທັງຣາສດອນ ຈຶ່ງບັງຄັບໃຫ້ ເຈົ້າຟ້າງຸ້ມ ສະລະຣາຊສົມບົດ ແລະສົ່ງຕົວໄປ ຢູ່ເມືອງນ່ານ ກ່ອນຈະສຸຣະຄົດ ໃນອີກ 2 ປີຕໍ່ມາ.

ໃນໄລຍະທີ່ ລາວອ່ອນແອນັ້ນ ເມືອງພວນກໍປ່ຽນ ເຈົ້າເມືອງຈາກ ເຈົ້າແຂ້ວຄຳຍໍ ມາເປັນ ເຈົ້າລ້ານຄຳກອງ ຊຶ່ງເປັນລູກຊາຍ ຂອງເຈົ້າ ແຂ້ວຄຳຍໍ, ເຈົ້າລ້ານຄຳກອງ ເປັນເຈົ້າ ເມືອງພວນ ທີ່ມີຄວາມຮູ້ ຄວາມສາມາດ ໃນສະໄໝນັ້ນ ໄດ້ມີການ ຟື້ນຟູຈັດ ຣະບຽບບ້ານເມືອງ ຢ່າງຫລວງຫລາຍ ເພື່ອໃຫ້ເກີດ ຄວາມສງົບສຸກ ໃນສັງຄົມ ແລະໄດ້ ຈັດຣະບົບ ກົດໝາຍ ຈົນມີຜູ້ ໃສ່ຊື່ໃຫ້ ກົດໝາຍນີ້ວ່າ “ກົດໝາຍ ລ້ານຄຳກອງ” ໄດ້ຮັບເອົາ ສາສນາພຸທ ຈາກເມືອງ ຫົງສາວະດີ ຂອງພະມ້າ ພ້ອມທັງໄດ້ ສົ່ງພຣະສົງ ໃຫ້ໄປສືບພຣະ ສາສນາ ໃນຂເມນ ແລະຫານາຍຊ່າງ ຈາກ ຫຼວງພຣະບາງ ໄປສ້າງວັດ ວາອາຮາມ ຕລອດຈົນໄດ້ ຟື້ນຟູ ປະເພນີຕ່າງໆ ຂອງພວນຂຶ້ນ ແລະໄດ້ສ້າງສາ ພັທນາເມືອງພວນ ຈົນຮຸ່ງເຮືອນ ຂຶ້ນອີກຄັ້ງນຶ່ງ.

ເຈົ້າລ້ານຄຳກອງ ໄດ້ຮັບການ ຍ້ອງຍໍຈາກ ປະຊາຊົນ ໃຫ້ເປັນ ເຈົ້າຊີວິດ ໂດຍໄດ້ຊື່ວ່າ “ເຈົ້າອິດສະຣະ ເສດຖາ” ໂດຍໄດ້ຜູກ ສຳພັນ ທະໄມຕຣີ ກັບເຈົ້າ ສາມແສນໄທ ແຫ່ງ ຫລວງພຣະບາງ;

ແຕ່ພໍເຖິງປີ ຄ.ສ. 1650 (ພ.ສ. 2193) ລາວກໍມີ ອຳນາດຂຶ້ນ ມາອີກໂດຍ ເຈົ້າສຸຣິຍະ ວົງສາ ໄດ້ຍົກທັບ ວຽງຈັນຂື້ນໄປ ຕີເມືອງພວນ ພ້ອມກັບໄດ້ ກວາດຕ້ອນຄົນພວນ ໄປໄວ້ວຽງຈັນ ແລະຫລັງຈາກນັ້ນ ຄົນພວນກໍຖືກ ກວາດຕ້ອນອີກ ເປັນໄລຍະໆ ຈົນໃນທີ່ສຸດ ວຽງຈັນ ກໍຈຶ່ງມີແຕ່ ຄົນພວນເຕັມເມືອງ ນັບແຕ່ນັ້ນມາ ເມືອງພວນ ກໍວຸ້ນວາຍ ມີເຈົ້າຜັດປ່ຽນ ກັນຂຶ້ນຄອງເມືອງ ເຊັ່ນ ພຣະຍາຄຳຄອນ, ພຣະຍາຜ້າຂາວ, ເຈົ້າຫຼວງ, ເຈົ້າຊົມພູ, ເຈົ້າສຽວ, ເຈົ້ານ້ອຍ ເປັນຕົ້ນ.

ແຕ່ຢ່າງໃດ ກໍຕາມ ເຖິງເມືອງພວນ ຈະມີເຈົ້າ ຄອງເມືອງແຕ່ ກໍບໍ່ມີ ອຳນາດຫລື ບົດບາດຫຍັງ ແມ່ນແຕ່ຈະຮັກສາ ເອກກະຣາຊ ຂອງຊາດຕົນໄວ້ ກໍຍັງເຮັດ ບໍ່ໄດ້ແລະ ປະຈຸບັນ ນີ້ເມືອງພວນ ທີ່ມີແຂວງ ຊຽງຂວາງເປັນ ເມືອງຫລວງກໍຕົກ ເປັນແຂວງນຶ່ງ ຂອງລາວ ແລະຄົນພວນ ຈຶ່ງໄດ້ກາຍເປັນ ຄົນລາວນັບ ແຕ່ນັ້ນມາ. (ສຽງລຳ : ລາວພວນ)

ທ່ານຜູ້ຟັງ ທີ່ຮັກແພງ ເວລາສຳລັບ ລາຍການຂອງເຮົາ ໃນສັປດານີ້ ໄດ້ສິ້ນສຸດ ລົງແລ້ວ ເຊີນທ່ານຮັບ ຟັງເລື້ອງຂອງ ບ້ານລາວໃນໄທຍ ແຕ່ອາດີດຫາປະຈຸບັນ ໄດ້ໃໝ່ໃນ  ສັປດາໜ້າ ຊຶ່ງຈະໄດ້ ສເນີການ ລົງພື້ນຖານ ບ້ານຄົນພວນ ຢູ່ບ້ານປ່າແດງ ໃນປະເທດໄທ.

ສຳລັບ ສັປດານີ້ ຂໍໄດ້ຮັບ ຄວາມປຣາຖນາ ດີຈາກ ແສງແກ້ວ ແກ່ນທັມ ຜູ້ຮຽບຮຽງ, ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.

 





 

ເຕັມຫນ້າ