ບ້ານລາວ ໃນປະເທດໄທ (ຕອນທີ 36)

ວຽງໄຊ ສເນີ
2007-11-20
ອີແມວລ໌
ຄໍາເຫັນ
Share
ພິມ

ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບແລະຮັກແພງ

ໃນສັປດາ ທີ່ຜ່ານມາ ເຮົາໄດ້ ສເນີຣື້ອງ ຄົນລາວ ຢູ່ບ້ານໄຜ່ໜອງ ແຂວງອະຢຸດທະຍາ ມາເຖິງ ຕອນທີ່ວ່າ ພິທີ ໄຫວ້ຄຣູ-ບູຊາເຕົາ ແມ່ນເຕັກນິກ ຂອງຄົນບູຮານ ເພື່ອໃຫ້ ເກິດຄວາມດີ 3 ຢ່າງ ຄື 1. ພາໃຫ້ ເຍົາວະຊົນ ໄດ້ສຳນຶກ ຮູ້ຄຸນ ຄູບາອາຈານ 2. ເກິດ ຄວາມສາມັກຄີ ໃນຊຸມຊົນ ແລະ 3. ເພື່ອໃຫ້ ນາຍຊ່າງ ໄດ້ສ້ອມແປງ ເຄື່ອງມື ໃຫ້ຢູ່ໃນ ສະພາບ ທີ່ພ້ອມ ສຳລັບ ​ເຮັດວຽກການ.

ແລະ ພິທີ ໄຫວ້ຄູ ນີ້ ຖືວ່າ ເປັນສິ່ງສຳຄັນ ຕໍ່ອາຊີບ ນາຍຊ່າງ ຕີມີດ ເພາະວ່າ ໃນ ສປປລາວ ປະຈຸບັນ ເຖິງແມ່ນວ່າ ຈະປ່ຽນແປງ ການປົກຄອງ​ ໄປແລ້ວ ກໍ່ຕາມ ແຕ່ ນາຍຊ່າງ ຕີມີດ ກໍຍັງຖື ປະຕິບັດ ການໄຫວ້ຄຣູ ຢູ່ຈົນ​ເຖິງ ​ເທົ່າທຸກວັນນີ້ ດັ່ງທີ່ ນາຍຊ່າງ ບ້ານໄຜ່ໜອງ ໄດ້ໄປເຫັນມາແລ້ວ ຢູ່ວຽງຈັນ.

ໃນສັປດານີ້ ​ເຮົາ ຈະນຳພາ ທ່ານ ໄປພົບກັບ ອະນາຄົດ ຂອງນາຍຊ່າງ ຕີມີດ ບ້ານໄຜ່ໜອງ ແລະ ສະພາບການ ຕົວຈິງ ຂອງສະຫະກອນ ທີ່ພວກນາຍຊ່າງ ໄດ້ຊ່ຍກັນ ສ້າງຕັ້ງຂຶ້ນມາ.

ກຸ່ມ ນາຍຊ່າງ ຕີມີດ-ຕີພ້າ ບ້ານໄຜ່ໜອງ ປະກອບ ອາຊີບ ຕີມີດ ມາແຕ່ ປາງຮຸ່ນທວດ ປູ່ຍ່າ ແລະ ສະໄໝ ພໍ່ແມ່ ຈົນເຖິງ ຍຸກສະໄໝ ຂອງພວກເຂົາເຈົ້າ ໃນປະຈຸບັນ ຖືໄດ້ວ່າ ການເປັນ ນາຍຊ່າງ ຕີມີດ ເປັນອາຊີບ ທີ່ສືບຕໍ່ ວຽກງານກັນ ມານັບເປັນ ຮ້ອຍໆປີ ແລະ ການທີ່ ເປັນອາຊີບ ເກົ່າແກ່ ທີ່ສາມາດ ກຸ້ມຕົນເອງ ຂອງພວກນາຍຊ່າງ ໄດ້ນັ້ນ ຖືໄດ້ວ່າ ​ເປັນອາຊີບ ທີ່ມີຄຸນຄ່າ ທາງດ້ານ ເສຖກິດ​ ແລະ ໝັ້ນຄົງ ດັ່ງນັ້ນ ຈຶ່ງໄດ້ເກິດ ຣະບົບ ເສຖກິດ ຂນາດນ້ອຍ ຂຶ້ນມາ ພາຍໃນ ຊຸມຊົນ ຂອງພວກເຂົາເຈົ້າ.

ອາຊີບ ຕີມີດ ໄດ້ພາໃຫ້ເກິດ ຣະບົບ ພໍ່ຄ້າ ຄົນກາງຂຶ້ນ ອີກອາຊີບນຶ່ງ ຄຽງຄູ່ ມາກັບ ການຕີມີດ ຂອງພວກນາຍຊ່າງ ບ້ານໄຜ່ໜອງ ເຖິງແມ່ນວ່າ ໃນອາດີດ ການຄ້າຂາຍ ມີດ ພວກນາຍຊ່າງ

ຈະເປັນ ຜູ້ຂາຍເອງ ໂດຍນຳເອົາ ໄປຂາຍ ຢູ່ບ້ານອະຣັນຢິກ ຈົນພາໃຫ້ ຜລິດຕະພັນ ຂອງພວກເຂົາເຈົ້າ ຄື ມີດ ໄດ້ຖືກໃສ່ ຊື່ວ່າ “ມີດອະຣັນຢິກ” ແຕ່ ຂະນະດຽວກັນ ຢູ່ທາງ ທິດຕາເວັນຕົກ

ຂອງບ້ານໄຜ່ໜອງ ຄື ບ້ານຕົ້ນໂພ ຊຶ່ງເປັນໝູ່ບ້ານ ທີ່ຄົນ ບ້ານໄຜ່ໜອງ ແຜ່ລູກແຜ່ຫຼານ ອອກໄປຢູ່ ກໍ່ໄດ້ເກິດ ມີຕລາດ ຄ້າມີດ ຂຶ້ນ.

 

ເນື່ອງຈາກວ່າ ຢູ່ບ້ານຕົ້ນໂພ ບໍຣິເວນ ວັດສີຈຳປາ ຊຶ່ງຢູ່ແຄມ ແມ່ນ້ຳ ປ່າສັກ ເປັນທ່າເຮືອ ຊຶ່ງ ສະດວກ ໃນການຄົມມະນາຄົມ ບໍຣິເວນ ດັ່ງກ່າວ ຈຶ່ງໄດ້ເກິດມີ ຕລາດ ຂຶ້ນ ຍ້ອນວ່າ ພວກຄົນຈີນ ໄດ້ເຂົ້າໄປ ຕັ້ງ ເຮືອນຊານ ແລະ ຮ້ານຄ້າ ເພື່ອຮັບຊື້ ມີດ ຈາກນາຍຊ່າງ ບ້ານຕົ້ນໂພ ຜູ້ຊຶ່ງ ອອກເຮືອນ ໄປຈາກ ບ້ານ ໄຜ່ໜອງ​ ແລະ ເລິ່ມຈະມີ ການຕີມີດ ແດ່ແລ້ວ ມີດຈາກ ແຫຼ່ງຜລິດໃຫຍ່ ຄື ບ້ານໄຜ່ໜອງ ແລະ ມີດ ທີ່ຮັບຊື້ ໄປນັ້ນ ພວກພໍ່ຄ້າ ຄົນຈີນ ກໍຕັ້ງເປັນ ຮ້ານຂາຍມີດ ຂຶ້ນ ໃນບໍຣິເວນ ວັດສີຈຳປາ ຢູ່ ບ້ານຕົ້ນໂພ ນັ້ນເອງ. ຕໍ່ມາ ພໍ່ຄ້າ ຄົນຈີນ ກໍຂຍາຍ ກິດຈະການ ລາມ​ໄປເຖິງ ບ້ານໄຜ່ໜອງ.

ພໍ່ເຖົ້າ ບັນຢັດ ເວົ້າເຖິງ ການກໍ່ເກິດ ພໍ່ຄ້າ ຄົນກາງ ຂອງທຸຣະກິດ ການຄ້າ ມີດ ອະຣັນຢິກ ວ່າ:

“ພໍ່ຄ້າ​ ຄົນ​ຈີນ ​ມາຕັ້ງ​ຮ້ານ ​ຢູ່​ແຖວ​ບ້ານ ​ຕົ້ນ​ໂພ ນີ່​ ແຕ່​ກ່ອນ​ນີ່ ​ມີ​ຢູ່​ຫຼາຍ​ໆ ຮ້ານ ຄື​ກັນ ພໍ່ຄ້າ​ ເພີ່ນ​ຈະ​ມາ​ຮັບ​ຊື້​ ເອົາ​ໄປ ​ຂາຍ​ກັນ ​ບ່ອນ​ຮັ່ນນ່ະ​ ເຮົາ​ໄປ​ຂາຍ​ ເຂົາ​ມາ​ສັ່ງ ​ເຮົາ​ກໍ່​ ໄປ​ຂາຍ ຕໍ່​ມາ ​ກໍ່​ມາ ຂຍາຍ​ມາບ້ານນີ່ ​ກໍ່​ມີ ​ທີ່​ເປັນ​ພໍ່ຄ້າ ​ຄົນ​ກາງ ທີ່​ຊື້ ກໍ່ມີ​ຢູ່​ ຫຼາຍຮ້ານ ຄື​ກັນ.”

ເມື່ອ ເຫິງນານເຂົ້າ ພໍ່ຄ້າ ຄົນຈີນ ກໍທ້ອນໂຮມ ທຶນ ນັບມື້ນັບຫຼາຍ ຂຶ້ນ ຈົນໃນທີ່ສຸດ ພວກເຂົາເຈົ້າ ກໍກ້າວຂຶ້ນ ເປັນນາຍທຶນ ເຕັມຕົວ ແລະ ພວກນາຍທຶນ ຄົນຈີນ ກໍໃຊ້ເງິນ ທຶນນັ້ນ ຮັບຊື້ ມີດ ຈາກພວກນາຍຊ່າງ ຕີມີດ ແບບຈ້າງ ໃຫ້ຜລິດ ຈົນສຳເຣັດ ເປັນດວງມີດ.

ໃນຈຳນວນ ດັ່ງກ່າວ ກໍມີ ພວກນາຍທຶນ ທີ່ສະຫຼາດ ກວ່ານັ້ນ ຄື ໃຊ້ທຶນ ຈ້າງນາຍຊ່າງ ທັງຢູ່ ບ້ານ ຕົ້ນໂພ ແລະ ບ້ານໄຜ່ໜອງ ໃຫ້ຜລິດ ມີດ ປ້ອນໃຫ້ ໂດຍບໍ່ໄດ້ ຈ້າງໄທ ເຮືອນດຽວຕີ ຈົນ ເປັນມີດ ສຳເຣັດ ແຕ່ຫາກ ໄດ້ຈ້າງ ຫຼາຍໆເຮືອນ ໂດຍໃຫ້ເຮືອນນັ້ນ ຕີຕົວມີດ ອີກ ເຮືອນນຶ່ງ ເຮັດດ້າມມີດ ແລະ ອີກເຮືອນອື່ນໆ ເຮັດສ່ວນປະກອບ ສ່ວນອື່ນໆ ຂອງມີດ ໂດຍນາຍທຶນ ຄົນຈີນ ເປັນຜູ້ ອອກທຶນ ຊື້ ວັດຖຸດິບ ໃນການຕີມີດ ໃຫ້ພວກນາຍຊ່າງ.

ດ້ວຍວິທີ ການຈ້າງ ແບບກະ​ແຈກ ກະຈາຍ ແນວນີ້ ຕົວມີດ ທີ່ໄດ້ນັ້ນຈຶ່ ງບໍ່ແມ່ນມີດ ຂອງຜູ້ໃດນຶ່ງ ແຕ່ຫາກ ເປັນມີດ ຂອງນາຍທຶນ ຜູ້ຈ້າງຕີ ດັ່ງນັ້ນ ພໍ່ຄ້າ ຄົນຈີນ ຈຶ່ງຜລິດ ກາເຄື່ອງໝາຍ ໃສ່ຕົວມີດ ວ່າເປັນ ມີດ ຂອງເຂົາເຈົ້າ ບໍ່ແມ່ນ ກາເຄື່ອງໝາຍ ຂອງນາຍຊ່າງ ຜູ້ໃດຜູ້ນຶ່ງ.

ພໍ່ເຖົ້າ ບັນຢັດ ໄດ້ອະທິບາຍ ເຖິງວິວັທນາການ ຂອງຣະບົບ ນາຍທຶນ ພໍ່ຄ້າມີດ ສູ່ຟັງວ່າ:

“ພໍ່ຄ້າ ຄົນ​ກາງ ​​ເພີ່ນເປັນ ​ຄົນ​ກາງ ​ຫຼາຍ​ຢ່າງ ຄົນ​ກາງ ​ໃນ​ການ​ຊື້ ​ມີດ ​ສຳ​ເຣັດຮູບ ​ກັບຈ້າງ ​ເຮັດ​ແຕ່​ລະ​ສ່ວນ​ແຕ່ ລະ​ຢ່າງ ​ເຮັດ​ໂຕ ກໍ່​ໄປຈ້າງ ​ຜູ້​ທີ່​ເຮັດ​ ໂຕ​ມີດ ​ເຮັດ​ໂຕ​ເສັດ​ແລ້ວ ຈະ​ເຂົ້າ​ດ້າມ ​ກໍ່ໄປ​ຈ້າງ​ ຜູ້​ທີ່​ເຂົ້າ​ດ້າມ ​ເພີ່ນ​​ໄປ​ຈ້າງ ​ເຂົາ​ມາ​ໝົດ​​ແຫຼະ ມາກໍ່ ​ເປັນ​ໂຕ​ມີດ​ເລີຍ ​ເພີ່ນ​ກໍ່​ເອົາ​ມາ​ສົ່ງ​ ມາ​ສົ່ງເຈົ້າ​ຂອງ​ເພີ່ນ​ກະມາຕີ​ກາ​ເອົາ.”

ພໍ່ຄ້າ ມີດ ມີກາເຄື່ອງໝາຍ ການຄ້າ ສ່ວນຕົວ ກໍເຮັດໃຫ້ ກາເຄື່ອງໝາຍ ຂອງພວກກ່ຽວ ເປັນທີ່ ຮູ້ຈັກກັນ ຢ່າງກວ້າງຂວາງ ຍ້ອນວ່າ ກາເຄື່ອງໝາຍ ຂອງພໍ່ຄ້າຈີນ ມີຜລິດຕະພັນ ຈຳນວນ ຫຼວງຫຼາຍ ມີສ່ວນສະເລັ່ຽ ໃນຕລາດ ຫຼາຍກວ່າ ກາເຄື່ອງໝາຍ ຂອງພວກນາຍຊ່າງ ຕົວຈິງ.

ແຕ່ຢ່າງໃດ ກໍດີ ໃນເມື່ອການຜລິດ ຂອງພໍ່ຄ້າ ເປັນຣະບົບ ການຜລິດ ແບບສົມສົ່ວ ໃຊ້ນາຍຊ່າງ ຫຼາຍຄົນ ຈຶ່ງພາໃຫ້ ຜລິດຕະພັນ ຂອງພວກເຂົາເຈົ້າ ບໍ່ໄດ້ ມາດຕະຖານ ​ແລະ ຜູ້ຜລິດ ບໍ່ມີ ຄວາມພູມໃຈ ແລະ ບໍ່ຕ້ອງ ຮັບຜິດຊອບ ໃນຄຸນນະພາບ ຄືກັນ ກັບການໃຊ້ ກາເຄື່ອງໝາຍ ຂອງ​ເຂົາເຈົ້າເອງ  ຄຸນນະພາບ ຂອງມີດ ນາຍທຶນ ຈຶ່ງນັບມື້ ນັບຂີ້ຮ້າຍ ລົງໄປ ຊັກ​ໃຊ້. ແຕ່ນາຍທຶນ ກໍຄື ນາຍທຶນ ເຖິງຢ່າງໃດ ພວກເຂົາເຈົ້າ ກໍຕ້ອງ ຊອກວິທີ ແກ້ໄຂ ບັນຫາ ຈົນໄດ້ ບໍ່ໄດ້ດ້ວຍເລ້ ກໍເອົາ ດ້ວຍກົນ ບໍ່ໄດ້ ດ້ວຍມົນ ກໍເອົາ ດ້ວຍຄາຖາ ກາເຄື່ອງໝາຍ ຂອງຕົວເຈົ້າຂອງ ຂີ້ຮ້າຍ ກໍໃຊ້ ວິທີ ທີ່ເຮັດໃຫ້ ນາຍຊ່າງ ຄົນເຊື້ອ ສາຍລາວ ເຖິງຕ້ອງ ອ້າປາກຄ້າງ ດ້ວຍຄວາມງຶດງໍ້.

ພໍ່ເຖົ້າ ບັນຢັດ ເຜີຍເລ້ຫຼ່ຽມ ຂອງພວກນາຍທຶນ ສູ່​ຟັງວ່າ:

“ຈະ​ຕີ​ກາ ​ຕົວ​ເອງ ​ກະ​ຕີ​ໄປ​ ຖ້າ​ຂອງ​​ໂຕ​​ເອງ ຂາຍ​ບໍ່​ດີ ກາ​ໃດດີ ​ເພີ່ນ​ກະ​ເອົາ ​ກາ​ດີ ​ຕີ​ໄປ ກໍ່​ແກະ​ ເອົາ​ເອງ ຈ້າງ​ເຂົາ ​ເຮັດ​ໄດ້​ ກໍ່​ມີທີ່ ​ເຂົາຈ້າງ​ ເຮັດຢູ່​ນ່ະ ​ເພາະສະ​ນັ້ນ​ ເຈົ້າ​ຂອງ ​ກາ​ຕົວຈິງ ບາງທີ​ ບໍ່​ໄດ້​ ຮູ້​ເຣື້ອງ​ເລີຍ.”

ເປັນໜ້າເສັຽດາຍ ທີ່ກາ ເຄື່ອງໝາຍ ຢູ່ດວງມີດ ຂອງນາຍຊ່າງ ຄົນລາວ ບໍ່ມີໃຜ ໄດ້ໄປ ຈົດທະບຽນລິກຂະສິດ ຕາມກົດໝາຍ ຄຸ້ມຄອງ ລິກຂະສິດ ການລະເມີດ ຂອງພວກນາຍທຶນ ຈຶ່ງສາມາດ

ເຮັດໄດ້ ຕາມໃຈມັກ ເພາະກາ ເຄື່ອງໝາຍ ຂອງນາຍຊ່າງ ທີ່ຕີລົງ​ ໃນຕົວມີດນັ້ນ ພວກເຂົາເຈົ້າ ເຮັດໄວ້ ສຳລັບ ເປັນການ ຮັບປະກັນ ຄຸນນະພາບ ໃຫ້ແກ່ລູກຄ້າ ເປັນຄວາມຮັບຜິດຊອບ ບໍ່ໄດ້ມີ ຄວາມໝາຍ ເຖິງຄວາມເປັນເຈົ້າ ຂອງລິກຂະສິດ ແລະ ບໍ່ໄດ້ຄຶດໄ ປໄກ ວ່າ ຈະມີ ຄົນຫົວໃສ ມາເຮັດແບບນີ້.

ເມື່ອ ພວກນາຍທຶນ ໄດ້ຮິບໂຮມ ທຶນ ໄດ້ຫຼາຍຂຶ້ນ ຈາກເຫື່ອແຮງ ຂອງຄົນເຊື້ອ ສາຍລາວ ພວກເຂົາ​ເຈົ້າ ກໍໃຊ້ ອຳນາດເງິນ ຢຽບບ່າ ພວກນາຍຊ່າງ ຂຶ້ນເປັນ ຕົວຕັ້ງຕົວຕີ ໃນການກຳນົດ ຣາຄາມີດ

ຊຶ່ງນາຍຊ່າງ ຜູ້ຕີມີດ ຈົນ ຫຼັງຂົດຫຼັງໂຂ ບໍ່ມີສິດ ຈະຕັ້ງຣາຄາ ຂອງຜລິດຕະພັນ ຂອງຕົວເອງໄດ້ບໍ່ວ່າ ນາຍຊ່າງ ທີ່ເປັນລູກຈ້າງ ນາຍທຶນ ຫຼື ນາຍຊ່າງ ທີ່ເປັນເອກກະຣາດ ກໍບໍ່ມີສິດ ຕັ້ງຣາຄາມີດ

ໄດ້ເຊັ່ນກັນ.

ຕາແສງ ບັນຢັດ ສະທ້ອນ ສະພາບຕົວຈິງ ອັນຂົມຂື່ນ ນີ້ວ່າ:

“ການເຮັດ​ມີດ ​ນີ່ ບັນຫາ ​ສຳຄັນ​ ມັນ​ຢູ່ ​ທີ່​ວ່າ​ ​ເຮົາເຮັດ​ແລ້ວ​ນີ່ ເຮົາກຳໜົດ ຣາຄາ​ເອງ ​ບໍ່​ໄດ້ ຜູ້​ທີ່​ ເຮັດ​ມີດ​ນີ່​ ສ່ວນ​ໃຫຍ່ ພໍ່ຄ້າ ​ເພີ່ນຈະ ກຳໜົດ ຣາຄາ ໃຫ້ ​ເພາະວ່າ ເຮົາ​ບໍ່​ມີ​ທຶນ ​ຕ້ອງ​ໄປ​ ເອົາ​ທຶນ​ເອົາ​ວັສດຸ ​ຈາກ​ພໍ່ຄ້າ​ ເຂົາມາ​ເຮັດ​ ເພີ່ນ​ກໍ່​ຈະຕັ້ງ ຣາຄາ​ ມາ​ເອງ ​ເອົາ​ເຫຼັກ ​ມາ​ໃຫ້​ ເຂົາ​ເຮັດ​ໂຕ ​ແມ່ນ​ບໍ່​ລ່ະ ​ເອົາ​ດ້າມ​​ໄປ​ໃຫ້​ເຂົາ ເຂົ້າ​ດ້າມ ​ອີກ​ບ້ານ​ນຶ່ງ​ ຕ້ອງ​ຫາ​ໄປ ​ໃຫ້​ເຂົາ ​ພໍ່ຄ້າ​ນ່ະ ​ແລ້ວ​ໆ ​ເຮົາ​ກຳໜົດ ຣາຄາ​ເອງ ​ບໍ່​ໄດ້ ຄື​ກັບ​ ຜູ້​ທີ່ ​ເຮັດ​ນາ​ນີ່ ​ຂາຍ​ເຂົ້າ ຂາຍ​ເຂົ້າ​ນີ່ ​ເພີ່ນ​ກະ​ກຳໜົດ ຣາຄາ​ເອງ ​ບໍ່​ໄດ້​ ຕ້ອງ​ໃຫ້ ​ພໍ່ຄ້າ​ ເພີ່ນ​ມາ​ກຳໜົດ.”

ທ່ານຜູ້ຟັງທີ່ຮັກແພງ ເວລາ ສຳລັບ າຍການ ຂອງເຮົາ ໃນສັປດານີ້ ກໍໄດ້ສິ້ນສຸດລົງ ອີກແລ້ວ ເຊີນທ່ານ ຮັບຟັງຣື້ອງບ້ານລາວໃນໄທຍ ແຕ່ອາດີດ ​ເຖິງປັດຈຸບັນ” ​ໄດ້ໃໝ່ ໃນສັປດາໜ້າ ຊຶ່ງຈະສືບຕໍ່ ນຳພາ ທ່ານ ໄປພົບກັບ ອະນາຄົດ ຂອງນາຍຊ່າງ ຕີມີດ ບ້ານໄຜ່ໜອງ ແລະ ຊະຕາກັມ ຂອງສະຫະກອນ ຂອງພວກເຂົາເຈົ້າ.

ສຳລັບ ສັປະດານີ້ ຂໍ​​ໄດ້ຮັບ ຄວາມປຣາຖໜາດີ ຈາກ ​​ແສງແກ້ວ ແກ່ນທັມ ຜູ້ຽບຽງ, ແລະ ຂ້າພະເຈົ້າ ວຽງໄຊ ຜູ້ສເນີ, ສະບາຍດີ.


ເຕັມຫນ້າ