ກຸ່ມປົກປ້ອງແມ່ນໍ້າຂອງ ສະແດງ ຄວາມຫ່ວງໃຍ

ສິດນີ
2018-03-27
ອີແມວລ໌
ຄໍາເຫັນ
Share
ພິມ
ແມ່ນໍ້າຂອງ ທີ່ລໍ່ລ້ຽງຊີວິດການເປັນຢູ່ ຂອງປະຊາຊົນ ຫຼາຍສິບລ້ານຄົນ
ແມ່ນໍ້າຂອງ ທີ່ລໍ່ລ້ຽງຊີວິດການເປັນຢູ່ ຂອງປະຊາຊົນ ຫຼາຍສິບລ້ານຄົນ
RFA

ພັນທະມິດ ເພື່ອປົກປ້ອງແມ່ນ້ຳຂອງ SAVE THE MEKONG ຊຶ່ງເປັນອົງການທີ່ກອບກູ້ແມ່ນ້ຳຂອງ ຈາກການທຳລາຍ ຍ້ອນການພັທນາ ໄດ້ອອກຖແລງການ ຮ່ວມກັບຊຸມຊົນ ແລະອົງການຈັດຕັ້ງ ທາງສັງຄົມ ຈາກປະເທດໄທ ລາວ ກຳພູຊາ ແລະວຽດນາມ ເນື່ອງໃນວັນແມ່ນ້ຳ ສາກົນວັນທີ 22 ມິນາ 2018 ສະແດງຄວາມເປັນຫ່ວງ ຕໍ່ການສ້າງເຂື່ອນໃສ່ແມ່ນ້ຳຂອງ ແລະ ແມ່ນ້ຳສາຂາ ໃນປະເທດລຸ່ມ ແມ່ນ້ຳຂອງ.

ກຸ່ມດັ່ງກ່າວເວົ້າວ່າ ຣັຖບານປະເທດລຸ່ມແມ່ນ້ຳຂອງ ມີແຜນການຈະສ້າງ 11 ເຂື່ອນຂນາດໃຫຍ່ ໃສ່ແມ່ນ້ຳຂອງ ໃນນັ້ນ 9 ເຂື່ອນແມ່ນຢູ່ ສປປລາວ ແລະ 2 ເຂື່ອນຢູ່ ກຳພູຊາ ຊຶ່ງໃນເວລານີ້ ສອງເຂື່ອນກຳລັງສ້າງຢູ່ໃນລາວ; ຄື ເຂື່ອນດອນສະໂຮງ ແລະ ເຂື່ອນ ໄຊຍະບູລີ ແລະມີແຜນການຈະສ້າງ ເຂື່ອນປາກແບງ ໃນອະນາຄົດອັນໃກ້ໆນີ້ ຊຶ່ງໃນຂນະນີ້ ກຳລັງລໍຖ້າ ການສຳຣວດກ່ຽວກັບ ຜົນກະທົບ ຕໍ່ສິ່ງແວດ ລ້ອມຢູ່ ນອກຈາກນັ້ນ ຍັງມີກວ່າ 100 ເຂື່ອນ ໃນສາຂາແມ່ນ້ຳຂອງ ຊຶ່ງເປັນເຂື່ອນຂນາດກາງ ແລະຂນາດນ້ອຍ.

ເຂື່ອນທັງຫມົດນີ້ ຈະເປັນພັຍນາບຂູ່ ຕໍ່ຣະບົບນິເວດ ທີ່ອຸດົມສົມບູນ ແລະວິຖິຊີວິດຂອງປະຊາຊົນທ້ອງຖິ່ນ ໃນຂົງເຂດ ເປັນຕົ້ນມັນຈະສົ່ງ ຜົລກະທົບ ໄປສູ່ແຫລ່ງອາຫານການກິນ ຂອງປະຊາຊົນທ້ອງຖິ່ນ ແລະຄວາມປອດພັຍ ຕໍ່ຊິວິດການເປັນຢູ່ ຂອງພວກຂະເຈົ້າ ກໍຈະໄດ້ຮັບ ຄວາມສ່ຽງ. ດັ່ງຊາວນະຄອນຫລວງວຽງຈັນ ທ່ານນຶ່ງ ກ່າວກ່ຽວກັບ ຜົລກະທົບວ່າ: ສຽງ

ພັນທະມິດເພື່ອປົກປ້ອງແມ່ນ້ຳຂອງ ແລະຊຸມຊົນ ມີຄວາມເປັນຫ່ວງ ໃນແຜນການສ້າງເຂື່ອນຕ່າງໆ ທີ່ຂາດຄວາມໂປ່ງໄສ ແລະຂາດການ ໃຫ້ຂໍ້ມູນ ແກ່ຊາວບ້ານຜູ້ທີ່ໄດ້ຮັບ ຜົລກະທົບ ແລະຂາດການພິຈາຣະນາ ຢ່າງຖີ່ຖ້ວນກ່ຽວກັບ ວັທນະທັມ ຂນົບທຳນຽມ ແລະວິຖີຊີວິດ ຂອງຊາວບ້ານ ຜູ້ທີ່ມີສ່ວນພົວພັນ ອັນໃກ້ຊິດກັບ ແມ່ນ້ຳຂອງ ໃນການຫາຢູ່ຫາກິນລ້ຽງຄອບຄົວ ມາຕັ້ງແຕ່ດຶກດຳບັນ.

ກຸ່ມດັ່ງກ່າວເວົ້າວ່າ ແຜນການແລະການຕັດສິນໃຈ ໃນການສ້າງເຂື່ອນໄຟຟ້າ ແລະການພັທນາຕ່າງໆ ຕາມລຳແມ່ນ້ຳຂອງ ຂາດການເຂົ້າ ຮ່ວມ ຂອງປະຊາຊົນທ້ອງຖິ່ນ ຂາດຄວາມໂປ່ງໄສ ແລະຂາດຄວາມຮັບຜິດຊອບ. ເຂື່ອນໄຊຍະບູຣີ ແລະເຂື່ອນ ດອນສະໂຮງ ທີ່ກຳລັງ ສ້າງຢູ່ໃນ ປະເທດລຸ່ມແມ່ນ້ຳຂອງ ສປປລາວ ໃນປັດຈຸບັນ ເກືອບທີ່ຈະແລ້ວນັ້ນ ຍັງຂາດຄວາມໂປ່ງໄສ ໃນການໃຫ້ຂໍ້ມູນ ຜົລກະທົບ ຊຶ່ງໂຄງການເຂື່ອນ ດັ່ງກ່າວ ບໍ່ຖືກເປີດເຜີຍ ຕໍ່ຊຸມຊົນ ເຖິງແມ່ນວ່າຈະມີການຮຽກຮ້ອງ ຈາກຂະເຈົ້າຫຼາຍປານໃດກໍຕາມ ໃນນັ້ນຮ່ວມດ້ວຍ ການອອກແບບເຂື່ອນ ການຂຶ້ນລົງຂອງກະແສນ້ຳໄຫລ ແລະທາງຜ່ານຂອງປາ ຊຶ່ງເປັນອາຫານ ໂປຣຕິນ ສຳລັບຊາວບ້ານ ຈະຖືກກີດກັ້ນ ແລະຖືກທຳລາຍ ຍ້ອນໂຄງການເຂື່ອນດັ່ງກ່າວ ແລະ ເຂື່ອນ ອື່ນໆໃນປະເທດລຸ່ມ ແມ່ນ້ຳຂອງ.

ຖແລງການຣະບຸຕໍ່ໄປວ່າ ການຕັດສິນໃຈ ໃນການສ້າງເຂື່ອນດັ່ງກ່າວ ແລະຫລາຍເຂື່ອນ ໃນປະເທດລຸ່ມແມ່ນ້ຳຂອງ ແມ່ນເປັນໄປຕາມ ເປົ້າຫມາຍ ຂອງໂຄງການ ແລະຈຸດປະສົງ ຂອງປະເທດນັ້ນໆ ໃນແຕ່ລະໂຄງການ ໂດຍບໍ່ໄດ້ຄຳນຶງເຖິງຜົລກະທົບ ທາງລົບຕໍ່ວິຖິຊິວິດ ຂອງຊາວບ້ານ.

ພວກທ່ານໄດ້ຮຽກຮ້ອງໃຫ້ປະເທດລຸ່ມແມ່ນ້ຳຂອງ ແລະຜູ້ລົງທຶນສ້າງເຂື່ອນ ສຶກສາຣາຍລະອຽດກ່ຽວກັບຜົລກະທົບ ແລະຮັບຟັງຄວາມເຫັນ ຂອງຊາວບ້ານ ກ່ອນຈະສ້າງ ແລະ ໄດ້ແນະນຳໃຫ້ໃຊ້ ການສຶກສາປະເມີນຜົລໄດ້ຜົລເສັຽ ໃນໂຄງການສ້າງ ເຂື່ອນແຕ່ລະເຂື່ອນ ໃນການ ຕັດສິນໃຈສ້າງ.

ໃນຖແລງການຮ່ວມ ຍັງໄດ້ຮຽກຮ້ອງໃຫ້ປະເທດລຸ່ມແມ່ນ້ຳຂອງ ທົບທວນນະໂຍບາຍ ການໃຊ້ພລັງງານ ແລະຄວາມຕ້ອງການພລັງງານ ຂອງແຕ່ລະ ປະເທດໃຫມ່ ແລະໄດ້ແນະນຳ ການພັທນາພລັງງານ ທາງເລືອກແທນການສ້າງເຂື່ອນ ເປັນຕົ້ນ ພລັງງານແສງແດດ ພລັງງານລົມ ພລັງງານຄວາມຮ້ອນ ຊຶ່ງເປັນພລັງງານທີ່ສະອາດ ບໍ່ສົ່ງຜົລກະທົບ ຕໍ່ສິ່ງແວດລ້ອມ ແລະຊຸມຊົນ ເທົ່າກັບການສ້າງເຂຶ່ອນ. ການຄ້າຂາຍພລັງງານ ໃນຂົງເຂດຈາກການສ້າງເຂື່ອນ ບໍ່ຄວນໃຫ້ສືບຕໍ່ໄປ ປາສຈາກການ ພິຈາຣະນາ ຢ່າງຖີ່ຖ້ວນຕໍ່ຜົລກະທົບທາງລົບ ຕໍ່ສິ່ງແວດລ້ອມແລະຊຸມຊົນ ຊຶ່ງແຜນການຂາຍ ກະແສໄຟຟ້າ ແລະສ້າງເຂື່ອນໄຟຟ້າ ຂອງຣັຖບານລາວ ແລະກຳພູຊາ ເປັນການຣະເມີດ ສິດທິມະນຸດ ຍ້ອນມີການບັງຄັບ ໃຫ້ໂຍກຍ້າຍຊາວບ້ານ ຈາກ ບ່ອນຢູ່ອາສັຍ ແລະທຳລາຍສິ່ງແວດລ້ອມ ແລະວິຖິຊິວີດຂອງຊຸມຊົນ. ຊຸມຊົນ ຕ້ອງມີສ່ວນຮ່ວມໃນການຕັດສີນໃຈ ໃນການສ້າງ ແລະໃຫ້ຄ່າຊົດເຊີຍ ແບບສົມເຫດສົມຜົລ ແກ່ຂະເຈົ້າ.

ປະເທດລຸ່ມແມ່ນ້ຳຂອງ ຄວນມີຜູ້ນຳພາ ຜູ້ທີ່ມີວີສັຍທັສ ເພື່ອໃຫ້ບັນລຸເປົ້າຫມາຍສະຫັດສວັດ ໃນການພັທນາທີ່ຍືນຍົງ ໃນຂນະດຽວກັນ ກໍຮັກສາໄວ້ຊຶ່ງ ແຫລ່ງອາຫານຫານກິນ ແບບທັມມະຊາດ ດັ່ງຝຸງປາແລະນ້ຳ ທີ່ເປັນປັດໃຈສຳຄັນ ໃນການພັທນາ ເພື່ອຫລຸດພົ້ນ ຈາກ ຄວາມທຸກຍາກ ຂອງປະຊາຊົນ ໃນຍຸກປັດຈຸບັນ ແລະໃນລຸ້ນຕໍ່ໆໄປ. ການນຳໃຊ້ນະໂຍບາຍ ພລັງງານທາງເລືອກເປັນແຜນການທີ່ດີ ໃນ ການພັທນາເສຖກິດແບບຍືນຍົງ ໃນປະເທດດັ່ງກ່າວ ປາສຈາການສ້າງຄວາມເສັຽຫາຍຕໍ່ ສະພາບແວດລ້ອມ ແລະວິຖິຊິວິດຂອງຊຸມຊົນ ແລະແມ່ນ້ຳລຳທານ ກໍຈະອຸດົມສົມບູນ ເຫມືອນເດີມ.

ໃນຂນະດຽວກັນ ກຸ່ມດັ່ງກ່າວ ຍັງໄດ້ປະຊຸມກັນທີ່ ເມືອງເກີນທໍ້ ປະເທດວຽດນາມໃນວັນທີ 20-22 ມີນາ ນີ້. ກອງປະຊຸມ ມີຈຸດປະສົງໃຫ້ ນັກອະນຸຮັກ ຕົວແທນປະຊາຊົນ ລຸ່ມແມ່ນໍ້າຂອງ ແລະເຄືອຂ່າຍ ການຈັດຕັ້ງທາງສັງຄົມ ມາຮ່ວມແລກປ່ຽນ ຂໍ້ມູນຜົນກະທົບ ຍ້ອນການ ພັທນາໂຄງການຕ່າງໆ ໃນແມ່ນ້ຳຂອງ ທີ່ສົ່ງຜົລກະທົບ ຕໍ່ຊິວິດຂອງຊຸມຊົນ. ດັ່ງທ່ານ ສົມກຽດ ເຂື່ອນຊຽງສາ ເຈົ້າໜ້າທີ່ ກຸ່ມຮັກຊຽງຂອງ ກ່າວຕໍ່ວິທຍຸເອເຊັຍເສຣີ ວ່າ:

"ອົງການ SAVE THE MEKONG ປະຊຸມຢູ່ວຽດນາມ ຊຶ່ງເປັນເຄືອຂ່າຍຮ່ວມກັນ ຣະຫວ່າງຫລາຍປະເທດ ໂດຍທຸກໆປິ ອົງການ SAVE THE MEKONG COALITION ຈະພົບກັນປີລະຄັ້ງ ສ່ວນໃຫຍ່ຈະສະແດງຄວາມເປັນຫ່ວງ ເລື່ອງຜົນກະທົບ ທີ່ເກີດຂຶ້ນ ຕໍ່ຊາວບ້ານ ເປັນເຄືອຂ່າຍຂອງນັກພັທນາຂອງ NGO ກັບຊາວບ້ານ ສ່ວນໃຫຍ່ ຖແລງການອອກມາ ກໍຈະເປັນຫ່ວງ ໃນປະເດັນເລື່ອງ ສ້າງເຂື່ອນ."

ໃນແຜນການໂດຍທົ່ວໄປ, ປະເທດລຸ່ມແມ່ນ້ຳຂອງ ມີແຜນການຈະສ້າງເຂຶ່ອນທັງຫມົດ ຕາມລຳແມ່ນ້ຳຂອງ 11 ເຂື່ອນ ໃນນັ້ນ 9 ເຂື່ອນ ໃນລາວ ແລະ 2 ເຂື່ອນ ໃນກຳພູຊາ ຮ່ວມທັງເຂື່ອນ ໃນແມ່ນ້ຳສາຂາ ໃນປະເທດດັ່ງກ່າວ ປະມານ 100 ປາຍເຂື່ອນ ທີ່ເປັນເຂື່ອນ ຂນາດກາງ ແລະຂນາດນ້ອຍ ໃນລາວ ປະມານ 50-60 ເຂື່ອນ ຊຶ່ງໃນປັດຈຸບັນ ຫລາຍເຂື່ອນກໍ່ສ້າງແລ້ວ ຫລາຍເຂື່ອນກໍກຳລັງສ້າງ ແລະຫລາຍເຂື່ອນ ຍັງຢູ່ໃນແຜນການ ຫລືກຳລັງສືກສາ ຜົລກະທົບ ຕໍ່ສິ່ງແວດລ້ອມ ແລະຊຸມຊົນ, ດັ່ງເຂື່ອນ ແມ່ນ້ຳຂອງ ປາກແບງ ເຂື່ອນແມ່ນ້ຳສາຂາ ເຂື່ອນ ນ້ຳອູ ນ້ຳຄານ ແລະອື່ນໆ;

ຜົລກະທົບທີ່ຊຸມຊົນຕາມລຳແມ່ນ້ຳຂອງ ແລະອົງການອະນຸຮັກແມ່ນ້່ຳຂອງ ເປັນຫ່ວງ ກໍແມ່ນວ່າ:

1-ສຳລັບປະເທດລາວ ກໍມີການບັງຄັບໂຍກຍ້າຍ ປະຊາຊົນ ຫລາຍຫມື່ນຄົນ ຈາກບ່ອນຢູ່ອາສັຍ ຈາກການສ້າງເຂື່ອນ. ວິຖີຊີວິດຂອງ ປະຊາຊົນ ຜູ້ທີ່ໂຍກຍ້າຍ ແຮງຈະທຸກຍາກກວ່າເກົ່າ ຮ່ວມທັງຄວາມເຊື່ອມເສັຽ ຕໍ່ສະພາບແວດລ້ອມ ແລະການຫາຢູ່ ຫາກິນ ຂອງພວກ ຂະເຈົ້າ.

2- ສຳລັບປະເທດໄທ ກໍແມ່ນ ຜົລກະທົບຕໍ່ຊຸມຊົນ ຕາມລຳແມ່ນ້ຳຂອງ ໃນຫລາຍແຂວງຂອງໄທ ທີ່ຕິດກັບແຄມຂອງ ສ່ວນໃຫຍ່ ຈະເປັນແຂວງທີ່ຕັ້ງຕິດກັບ ສປປລາວ.

3-ກຳພູຊາ ກໍແມ່ນວ່າ ຝຸງປາ ໃນຕົງເລສາບ ທີ່ຊາວກຳພູຊາ ຫາລ້ຽງຊີບມາແຕ່ດຶກດຳບັນ ກໍຈະຫລຸດລົງ ຮ່ວມທັງຊີວິດການເປັນຢູ່ ຂອງ ພວກຂະເຈົ້າ ເຂື່ອນສອງເຂື່ອນ ທີ່ຈະສ້າງຢູ່ ກຳພູຊາ ເປັນເຂື່ອນ ແມ່ນ້ຳຂອງ ຂນາດໃຫຍ່ ທີ່ແຂວງ ຣັດຕະນະຄີຣີ ຊຶ່ງໃນປັດຈຸບັນ ກໍມີການ ໂຍກຍ້າຍຊາວບ້ານ ໃນຫລາຍພື້ນທີ່ ທີ່ນ້ຳຈະຖ້ວມແລ້ວ.

4- ສຳລັບວຽດນາມແລ້ວ ກໍເປັນຫ່ວງຢ້ານວ່າ ນ້ຳເກືອໃນແຂວງສາມຫລ່ຽມ ປາກແມ່ນ້ຳຂອງ ຈະໄຫລເຂົ້າມານາເຂົ້າ ຂອງພວກຂະເຈົ້າ ຖ້າມີການສ້າງ ເຂື່ອນ ຫລາຍເຂື່ອນ ຕາມລຳແມ່ນນ້ຳຂອງ ຂ້າງເທີງ ຈະເຮັດໃຫ້ທົ່ງນາ ທີ່ອຸດົມສົມບູນຊຶ່ງເປັນແຫຼ່ງ ຜລິດເຂົ້າໃນເຂດ 8 ແຂວງ ພາກໃຕ້ ປາກແມ່ນ້ຳຂອງ ວຽດນາມ ເສັຽຫາຍ.

ແຕ່ກຸ່ມນັກລົງທຶນ ແລະປະເທດເຈົ້າພາບ ບໍ່ສົນໃຈໃນບັນຫາດັ່ງກ່າວ ຍ້ອນເປັນການສ້າງລາຍໄດ້ ໃນການພັທນາ ປະເທດຊາດ ຊຶ່ງ ປະເທດເຫລົ່ານີ້ ບໍ່ມີລາຍໄດ້ຈາກທາງອື່ນມາພັທນາ ປະເທດຊາດ ນອກຈາກການສ້າງ ເຂື່ອນໄຟຟ້າ ທີ່ຫຼາຍປະເທດ ຕ້ອງການພລັງງານ ຫລາຍຂຶ້ນ ໃນອະນາຄົດ. ບັນຫາຈຶ່ງຊຳເຮື້ອມາຮອດທຸກມື້ນີ້. ກອງປະຊຸມຕ່າງໆ ກໍເປັນພຽງແຕ່ ພິທີການຊື່ໆ ຫລັງຈາກນັ້ນ ກໍເຫມືອນເດີມ ບໍ່ມີຫຍັງປ່ຽນແປງ.

ເຕັມຫນ້າ