ປະຊາຊົນ ຜູ້ໄດ້ຮັບຜົລກະທົບ ຈາກການຊື້ທີ່ດິນ ຢູ່ບ້ານນາແຄຄຳ ເມືອງໄຊທານີ ນະຄອນຫຼວງວຽງຈັນ ແຕ່ຜູ້ຂາຍບໍ່ຍອມໃຫ້ ໃບຕາດິນ ນັ້ນໄດ້ຮຽກຮ້ອງ ໃຫ້ເຈົ້າໜ້າທີ່ເມືອງໄຊທານີ ໃຫ້ຄວາມເປັນທັມ ໃນກໍຣະນີ ເຈົ້າໜ້າທີ່ຍຸຕິທັມ ປະຈໍາເມືອງ ສໍ້ໂກງເງິນຂອງພວກຕົນ ໂດຍອ້າງວ່າຈະແລ່ນແກ້ໄຂຄະດີໃຫ້.
ປະຊາຊົນເວົ້າວ່າ ເຈົ້າໜ້າທີ່ຂແນງດັ່ງກ່າວ ເອົາເງິນໄປ ແຕ່ຄະດີບໍ່ມີຄວາມຄືບໜ້າ ດັ່ງປະຊາຊົນ ຜູ້ໄດ້ຮັບຜົນກະທົບທ່ານນຶ່ງໄດ້ ກ່າວຕໍ່ RFA ໃນມື້ວັນທີ 19 ກໍຣະກະດາ ນີ້ວ່າ:
"ພະນັກງານຫ້ອງອັຍການ ຂະເຈົ້າມາພົບແລ້ວລົງມາມື້ວານນີ້ ແມ່ນຫ້ອງການອັຍການເຂດສອງ ເມືອງໄຊທານີ ເພິ່ນຢາກຮູ້ຕົ້ນປາຍ ສາຍເຫດ ຄໍຣັບຊັ້ນ ໃກ້ຊິດຕິດແທດ ສິແລ່ນເຣື່ອງຄະດີນີ້ ໃຫ້ມັນແລ້ວ ເພາະວ່າ ອ້າຍອຸ່ນເຮືອນນີ້ ຄໍຣັບຊັ້ນເອົາເງີນຳໄທເຮົາແລ້ວ ເພີ່ນກໍ່ຈະຕິດຕາມນຳໂຕນັ້ນ."
ທ່ານກ່າວຕື່ມອີກວ່າ ເຈົ້າໜ້າທີ່ເມືອງໄຊທານີ ພວມຕິດຕາມກວດສອບ ເຣຶ່ອງນີ້ໃຫ້ຣະອຽດ ເພື່ອໃຫ້ຮູ້ວ່າ ພະນັກງານ ຍຸຕິທັມ ເມືອງ ໄຊທານີ ໄດ້ສໍ້ໂກງເອົາເງິນ ປະຊາຊົນແທ້ ຫຼືບໍ່ ເພາະຕາມກົດໝາຍແລ້ວ ແມ່ນບໍ່ມີສິດຮຽກ ເອົາເງິນນຳປະຊາຊົນ ເດັດຂາດ:
"ຂະເຈົ້າເລີຍລົງມາໃກ້ຊິດຕິດແທດ ຂະເຈົ້າສິບໍ່ໃຫ້ພົວພັນ ທາງບ້ານເລີຍຂະເຈົ້າ ຈະເປັນຜູ້ວີ້ງເຕັ້ນຊ່ອຍຂະເຈົ້າ ໃຫ້ສັນຍາ 2 ອາທິດ ແລ້ວສິໃຫ້ມີການ ໃຫ້ຄວາມຮູ້ຄວາມຄືບໜ້າເຣື່ອງນີ້."
ຄວາມເດືອດຮ້ອນຂອງປະຊາຊົນ ຢູ່ບ້ານນາແຄຄຳ 13 ຄອບຄົວ ທີ່ໄດ້ຊື້ດິນ ຈາກເຈົ້າຂອງທີ່ດິນ ມາໄດ້ສອງປີແລ້ວນັ້ນ ຍັງບໍ່ທັນໄດ້ ໃບຕາດິນ ເທື່ອ ເຖິງແມ່ນວ່າ ຈະໄດ້ຈ່າຍເງິນໃຫ້ ເຈົ້າຂອງດິນໄປໝົດ ແລ້ວກໍຕາມ.