ການກໍ່ສ້າງເສັ້ນທາງແຕ່ສີ່ແຍກໄຟແດງ ຕານມີໄຊ ໄປຫາ ສາມແຍກສີເກີດ ມີຄວາມຊັກຊ້າ, ຍ້ອນມີບັນຫາທາງດ້ານການເງິນ, ແລະການຮື້ ສິ່ງກີດຂວາງ ໂດຍສະເພາະເຮືອນ ຂອງປະຊາຊົນທີ່ຢູ່ຕາມແລວເສັ້ນທາງ. ຫຼ້າສຸດ ເຈົ້າໜ້າທີ່ບໍຣິສັດຕັງຈະເລີນ ກໍ່ສ້າງຈຳກັດຜູ້ດຽວ, ທີ່ຮັບ ຜິດຊອບກໍ່ສ້າງເສັ້ນທາງດັ່ງກ່າວ, ໄດ້ເປີດເຜີຍເຖີງສາເຫດ ທີ່ເຮັດໃຫ້ການກໍ່ສ້າງຊັກຊ້າ. ທ່ານ ຄອງ ເຈົ້າໜ້າທີ່ບໍຣິສັດຕັງຈະເລີນ, ຜູ້ຮັບ ຜິດຊອບການກໍ່ສ້າງ ໄດ້ກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 11 ກຸມພາ ວ່າ:
"ສາເຫດທີ່ຊັກຊ້າ ແມ່ນມີຫລາຍກໍຣະນີ; 1.ລາຄາສິ່ງກີດຂວາງ ຕົກລົງກັນບໍ່ໄດ້ມີບາງຈຸດ [ຊາວບ້ານ] ຍັງບໍ່ທັນຍ້າຍອອກ, ແລະ 2.ຊັກຊ້າ ອີກອັນນຶ່ງ ກໍຄືງົບປະມານ, ຣັຖບານເພິ່ນຕອບສະໜອງໃຫ້ບໍ່ທັນ."
ທ່ານ ຄອງ ກ່າວຕື່ມອີກວ່າ:
"ໃນເບື້ອງຕົ້ນ, ການກໍ່ສ້າງເສັ້ນທາງ, ມີກຳນົດໃຫ້ສຳເຣັດໃນທ້າຍປີ 2018, ແຕ່ຫລັງຈາກມີບັນຫາທາງດ້ານງົບປະມານ ແລະ ການຮື້ສິ່ງ ກີດຂວາງ, ຣັຖບານ ຈຶ່ງໄດ້ຕໍ່ສັນຍາໃຫ້ບໍຣິສັດ, ໃຫ້ສ້າງໃຫ້ສຳເຣັດໃນເດືອນສິງຫາ ປີ 2019."
ປັດຈຸບັນບໍຣິສັດຍັງຄົງລໍຖ້າງົບປະມານ, ທີ່ຣັຖບານຊຳລະໃຫ້, ສ່ວນທີ່ສ້າງສຳເຣັດໄປກ່ອນແລ້ວ, ແລະ ການຮື້ສິ່ງກີດຂວາງ ອອກຈາກ ແລວທາງ ແມ່ນໜ້າທີ່ຮັບຜິດຊອບຂອງໜ່ວຍງານຂອງຣັຖບານ, ອີງຕາມ ທ່ານ ຄອງ. ບໍຣິສັດຕັງຈະເລີນຈະໄດ້ໃຊ້ຈ່າຍ ເງິນກໍ່ສ້າງກ່ອນ, ແລະຣັຖບານຈຶ່ງຈະຈ່າຍເງິນໃຫ້ຕາມພາຍຫລັງ, ໄລຍະການຈ່າຍຊຳລະແມ່ນ 7 ປີ ໃນອັດຕຣາດອກເບັ້ຽ 3.5 ເປີເຊັນ, ຊຶ່ງການຈ່າຍ ຊຳລະຈະເລີ້ມແຕ່ປີ 2017 ເປັນຕົ້ນມາ, ອີງຕາມໃບມອບສິດຂອງ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ໃນວັນທີ 29 ສິງຫາ 2016 ທີ່ເອເຊັຽເສຣີ ໄດ້ມາ.
ປະຊາຊົນຜູ້ທີ່ອາສັຍຢູ່ເຂດໃກ້ເສັ້ນທາງດັ່ງກ່າວ, ກໍໄດ້ຮັບຄວາມເດືອນຮ້ອນຈາກຂີ້ຝຸ່ນ, ຢ່າງຫລີກລ້ຽງບໍ່ໄດ້, ດັ່ງປະຊາຊົນທ່ານນຶ່ງໄດ້ກ່າວ ຕໍ່ເອເຊັຽເສຣີ ໃນວັນທີ 12 ກຸມພາ ວ່າ:
"ສຳລັບປັດຈຸບັນນີ້, ກະຫລາຍຢູ່ຂີ້ຝຸ່ນ, ແຕ່ຣົດຫົດນ້ຳເພິ່ນກະມາຫົດຢູ່, ແລະ ກະຕອນນີ້ ກຳລັງເຫັນເພິ່ນ ກະລັງກະກຽມ ກຳລັງຊິເທ ຄອນກຣີດ ແມ່ນຫຍັງຕື່ມຢູ່ໄດ໋, ເລື້ອງເດືອດຮ້ອນ ກະເວົ້າເລື້ອງການສັນຈອນບໍ່ສະດວກ ຫັ້ນແຫລະ ລະກະການຢູ່ ການຫຍັງຂອງ ພໍ່ແມ່ປະຊາຊົນ, ກະຊິບໍ່ສະບາຍ ກະຊິເປັນຫວັດ ກະຊິປະມານນັ້ນເນາະອ້າຍ."
ກ່ຽວກັບບັນຫາຂີ້ຝຸ່ນ, ບໍຣິສັດ ຜູ້ຮັບເໝົາກໍ່ສ້າງໄດ້ເລີ້ມຫົດນ້ຳປະມານ 3-4 ຄັ້ງຕໍ່ມື້ ເພື່ອຫລຸດຜ່ອນຂີ້ຝຸ່ນ ທີ່ສ້າງຄວາມລຳບາກໃຫ້ແກ່ ປະຊາຊົນທີ່ເດີນທາງ ແລະປະຊາຊົນຜູ້ທີ່ອາໃສຢູ່ໃກ້ແຄມທາງ, ອີງຕາມ ທ່ານ ຄອງ.
ການກໍ່ສ້າງເສັ້ນທາງແຕ່ສີ່ແຍກໄຟແດງ ຕານມີໄຊ ໄປຫາ ສາມແຍກສີເກີດ, ມີຄວາມຍາວ 9 ກິໂລແມັດ, ເລີ້ມມາແຕ່ເດືອນຕຸລາ 2016 ໃນມູນຄ່າການກໍ່ສ້າງ 45 ລ້ານໂດລາ ສະຫະຣັດ ແລະ ການກໍ່ສ້າງໄດ້ຢຸດສະງັກ ມາແຕ່ປີ 2018 ທີ່ຜ່ານມາ.